Mindblown: a blog about philosophy.

  • ການປະກວດກາເຟໝາກຊ້ອມລາວ ຄັ້ງທີ 3 ແລະ ພິທີມອບລາງວັນຜູ້ຊະນະເລີດໃນການປະກວດກາເຟໝາກຊ້ອມລາວ ປະຈຳປີ 2023

    ໂຄງການ ຄລີນ ເຫັນໄດ້ເຖິງຄວາມສຳຄັນໃນການເຊື່ອມໂຍງເອົາຜະລິດຕະພັນກາເຟລາວ ໃຫ້ເຂົ້າສູ່ຕະຫຼາດສາກົນ. ໃນໄລຍະທີ່ຜ່ານມາ ທາງໂຄງການໄດ້ຈັດຫຼາຍໆກິດຈະກຳ ນັບຕັ້ງແຕ່ການສົ່ງເສີມການນຳໃຊ້ເຕັກນິກ ການປ້ອງກັນພືດແບບປະ ສົມປະສານ ເຂົ້າໃນການຜະລິດເພື່ອສົ່ງເສີມໃຫ້ບັນດາຊາວກະສິກອນຫຼຸດຜ່ອນການນຳໃຊ້ສານເຄມີ, ການຝຶກອົບຮົມ ການແປຮູບກາເຟ, ການນຳເອົາຜະລິດຕະພັນກາ ເຟລາວເຂົ້າຮ່ວມງານວາງສະແດງໃນເວທີສະດັບສາກົນ ແລະ ການປະກວດຕ່າງ. ແລະ ສຳລັບການປະກວດກາເຟໝາກຊ້ອມປະຈຳປີ 2023 ນີ້ ກໍ່ເປັນໜຶ່ງໃນຫຼາຍໆກິດຈະກຳທີ່ໂຄງການ ທີ່ສືບຕໍ່ຈັດຕັ້ງປະຕິບັດມາເປັນປີທີ 3. ເພື່ອສົ່ງເສີມ ຜະລິດຕະພັນກາເຟລາວໃຫ້ມີຄຸນນະພາບຕາມມາດຕະຖານສາ ກົນ, ໂຄງການ ຄລີນ ໄດ້ຮ່ວມມືກັບບັນດາຄູ່ຮ່ວມງານຈາກຫຼາຍໆ ອົງກອນ ທັງພາຍໃນ ແລະ ຕ່າງປະເທດ ຈັດພິທີ ການແຂ່ງຂັນກາເຟໝາກຊ້ອມປະຈຳ 2023 ແລະ ຕໍ່ດ້ວຍພິທີມອບລາງວັນໃຫ້ແກ່ຜູ້ຊະນະເລີດ ໃນວັນທີ 25 ມີນາ 2023 ທີ່ໂຮງແຮມປາກເຊ, ນະຄອນປາກເຊ, ແຂວງຈຳປາສັກ. ສຳລັບການແຂ່ງຂັນໃນເທື່ອນີ້ ໄດ້ມີ 63 ຕົວຢ່າງກາເຟ ຂອງ 31 ຜູ້ສະໜັກຈາກບັນດາກຸ່ມຊາວກະສິກອນ ໃນທົ່ວປະເທດລາວ ເຊິ່ງໃນນີ້ໄດ້ແບ່ງອອກເປັນ 46…

  • ພິທີເຊັນ ບົດບັນທຶກຄວາມເຂົ້າໃຈເພື່ອຈັດຕັ້ງປະຕິບັດ ໂຄງການ ຄລີນ ໄລຍະທີ II

    ຈາກການຈັດຕັ້ງປະຕິບັດ ໂຄງການຄລີນ ໃນໄລຍະ 6 ປີ ທີ່ຜ່ານມາ ແມ່ນສະແດງໃຫ້ເຫັນຜົນສຳເລັດໃນຫຼາຍໆດ້ານບໍ່ວ່າຈະເປັນການໃຫ້ຄວາມຮູ້ແກ່ບັນ ດາຊາວກະສິກອນ, ພາກເອກະຊົນ ແລະ ຕົວແທນພະນັກງານພາກລັດກ່ຽວ ກັບການຜະລິດຕາມມາດຕະຖານກະສິກຳທີ່ດີ, ການປ້ອງກັນພືດແບບປະສົມປະສານ, ການຄຸ້ມຄອງ ແລະ ກວດກາຄຸນນະພາບພາຍໃນສວນ ຈົນຮອດຂັ້ນຕອນການອອກໃບຢັ້ງຢືນມາດຕະຖານກະສິກຳທີ່ດີ; ການອຳນວຍຄວາມສະ ດວກໃນການເຂົ້າເຖິງກອງທຶນຂອງໂຄງການໃຫ້ແກ່ບັນດາພາກທຸລະກິດ ແລະ ກິດຈະກຳການປູກຈິດສຳນຶກ, ການໃຫ້ຄວາມຮູ້ກ່ຽວກັບການບໍລິໂພກພືດຜັກສະອາດ ແລະ ປອດໄພໃຫ້ແກ່ຜູ້ບໍລິໂພກ ແມ່ນໄດ້ຮັບຜົນສຳເລັດຕາມເປົ້າ ໝາຍຂອງໂຄງການ. ແລະ ເພື່ອຮັບ ປະກັນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຊາວກະສິກອນ ໃນພື້ນທີ່ເປົ້າໝາຍໂຄງການ, ໂຄງການ ຄລີນ ແມ່ນໄດ້ຮັບການຕົກລົງເຫັນດີ ໃຫ້ສືບຕໍ່ ຈັດຕັ້ງປະຕິບັດກິດຈະກຳໄລຍະທີ II ແລະ ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ຄລີນ ແມ່ນໄດ້ຈັດຂື້ນໃນວັນທີ 24 ມີນາ 2023 ທີ່ໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ, ແຂວງຈຳປາສັກ. ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດ ໂຄງການ ຄລີນ ລະ ຫວ່າງ…

  • ພິທີເປີດນຳໃຊ້ ສາງເກັບມັນຕົ້ນແຫ້ງ ເພື່ອເພີ້ມມູນຄ່າກ່ອນການສົ່ງອອກໄປຕະຫຼາດຕ່າງປະເທດ

    ໃນວັນທີ 23 ມີນາ 2023 ໄດ້ມີການຈັດພິທີເປີດນຳໃຊ້ສາງເກັບມັນຕົ້ນແຫ້ງຢ່າງເປັນທາງການ ຂອງບໍລິສັດ ສະກາຍວີຊັນ ສົ່ງເສີມກະສິກຳ ຈຳກັດຜູ້ດຽວ ທີ່ບ້ານ ວັງເຕົ່າ, ເມືອງ ໂພນທອງ, ແຂວງ ຈຳປາສັກ. ໂດຍມີ ທ່ານ ປອ. ສົມລິດ ວິລາວົງ, ຫົວໜ້າພະແນກກະສິກຳແຂວງ ແຂວງ ຈຳປາສັກ, ທ່ານ ປອ. ທະວີສິດ ບຸນຍາສັກ ຫົວໜ້າພະແນກແຜນການ ແລະ ການຮ່ວມມື, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ອາເລັກ ດາຮັນ, ຫົວໜ້າໂຄງການ ຄລີນ ເຂົ້າຮ່ວມເປັນປະ ທານ ແລະ ຕາງໜ້າຈາກ ກະຊວງກະສິກຳປະເທດອາເມລິກາ ຈາກປະເທດໄທ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງ ການຕ່າງປະເທດ, ບັນດາພະນັກ ງານວິຊາການຈາກ ພະແນກກະສິກຳ…

  • ກອງປະຊຸມ ກ່ຽວກັບການພັດທະນາທາງດ້ານເຕັກໂນໂລຊີ ເພື່ອຄວາມຍືນຍົງຂອງຂະແໜງການມັນຕົ້ນ

    ເພື່ອໃຫ້ຄວາມຮູ້ກ່ຽວກັບການພັດທະນາ ການຜະລິດມັນຕົ້ນໃຫ້ແກ່ບັນດາຊາວກະສິກອນ ແລະ ບັນດາຂະແໜງການທີ່ຜະລິດມັນຕົ້ນ, ໂຄງການຄລີນຮ່ວມກັບ ແລະ ກົມປູກຝັງ ໄດ້ຈັດກອງປະຊຸມ ໃນຫົວຂໍ້ ການພັດທະນາທາງດ້ານເຕັກໂນໂລຊີເພື່ອຄວາມຍືນຍົງຂອງຂະແໜງການມັນຕົ້ນ ຂື້ນ ໃນວັນທີ 22 ມີນາ 2023. ກອງປະຊຸມໄດ້ຈັດຂື້ນທີ່ໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ, ແຂວງ ຈຳປາສັກ ເຊິ່ງມີຊາວກະສິກອນຜູ້ທີ່ປູກມັນຕົ້ນເຂົ້າຮ່ວມຈຳນວນ 40 ທ່ານ ຈາກ ເມືອງສັງທອງ, ປາກງື່ມ, ໄຊທານີ, ເລົ່າງາມ ແລະ ທ່າແຕງ. ໂດຍການເປັນປະທານກອງປະຊຸມ ຂອງ ທ່ານ ປອ. ສົມລິດ ວິລາວົງ ຫົວໜ້າພະແນກ ກະສິກຳ ແລະ ປ່າ ໄມ້ ແຂວງ, ແຂວງຈຳປາສັກ ແລະ ທ່ານ ອາເລັກ ດາຮັນ ຫົວໜ້າໂຄງການຄລີນ. ສຳລັບກິດຈະກຳໃນຄັ້ງນີ້ ນອກຈາກຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຄວາມຮູ້ຈາກ ການບັນຍາຍວິຊາການ ຂອງບັນດາຊ່ຽວຊານ ຈາກຫຼາຍໆພາກສ່ວນແລ້ວ ເຊັ່ນ ສູນກະສິກຳເຂດຮ້ອນສາກົນ (CIAT)…

  • ຕາງໜ້າໂຄງການຄລີນເຂົ້າຮ່ວມຝຶກອົບ ຮົມ ການນຳໃຊ້ນະວັດຕະກຳໃໝ່ໃນກາດກວດສອບຄືນຫຼັງຂອງຜະລິດຕະ ພັນກະສິກຳ

    ໃນລະຫວ່າງວັນທີ 13 – 17 ກຸມພາ 2023 ຕາງໜ້າວິຊາການດ້ານກະສິກຳຂອງໂຄງການ ຄລີນ ໄດ້ເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ກ່ຽວກັບການກວດກາຕິດຕາມຄືນຫຼັງສຳລັບຜະລິດຕະພັນກະສິກຳທົ່ວໄປໃນ ກົດໝາຍອາຫານ ແລະ ກຸ່ມຊາວກະສິກອນ ເຊິ່ງກິດຈະກຳຝຶກອົບຮົມດັ່ງກ່າວນີ້ໄດ້ຈັດຂື້ນ ທີ່ສະຖາ ບັນເສດຖະ ກິດແມ່ນໍ້າຂອງ, ທີ່ ຈັງຫວັດຂອນແກ່ນ, ປະເທດໄທ. ການຝຶກອົບຮົມໄດ້ດຳເນີນເປັນເວລາ 5 ວັນ ໂດຍມີຜູ້ເຂົ້າຮ່ວມຈາກປະ ເທດ ສສ ຫວຽດນາມ, ປະເທດ ກຳປູເຈຍ, ປະເທດມຽນມາ ແລະ ປະເທດລາວ ທັງໝົດຈຳນວນ 28 ທ່ານ. ໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມກິດຈະກຳແມ່ນເຂົ້າ ເຖິງຄວາມຮູ້ໃໝ່ໆ ໂດຍສະເພາະ ບັນຫາການປົນເປື້ອນຂອງອາຫານຈາກຜະລິດ ຕະພັນກະສິກຳ ເນື່ອງຈາກບັນດາຜະລິດຕະພັນເລົ່ານັ້ນ ບໍ່ມີມາດຕະຖານໃດໆມາຮັບຮອງ ແລະ ບໍ່ມີເຕັກນິກທີ່ພຽງ ເພື່ອການກາຍ້ອນຄືນຫຼັງ ໃນແຕ່ລະຂັ້ນຕອນຂອງຂະບວນການເພີ້ມມູນຄ່າໃຫ້ຜະລິດຕະພັນອາຫານກະສິກຳ ແລະ ພາຍຫຼັງທີ່ບໍລິໂພກຜະລິດຕະພັນດັ່ງກ່າວເຂົ້າໄປແລ້ວ ແມ່ນບໍ່ສາ ມາດກວດສອບຄືນຫຼັງໄດ້. ສຳລັບຫົວຂໍ້ການຝຶກອົບຮົມໃນຄັ້ງນີ້ ໄດ້ມີຊ່ຽວ ຊານຈາກ ມະຫາວິທະຍາໄລ ນັນຢາງເຕັກໂນໂລຊີ…

  • ການເພີ້ມຂີດຄວາມສາມາດ ທາງດ້ານທັກສະການນຳສະເໜີຕໍ່ໜ້າມວນຊົນ ໃຫ້ແກ່ຄູ່ຮ່ວມງານພາກລັດ

    ເພື່ອເສີມສ້າງທັກສະການນຳສະເໜີຕໍ່ໜ້າຊຸມຊົນ ໂດຍສະເພາະການຈັດຝຶກອົບຮົມ ໃຫ້ແກ່ບັນດາຊາວກະສິກອນ ດັ່ງນັ້ນ, ທາງໂຄງການ ຈຶ່ງໄດ້ຈັດກິດຈະກຳຝຶກອົບຮົມຄູຝຶກໃນຫົວຂໍ້ ທັກສະການເວົ້າຕໍ່ໜ້າມວນຊົນ ໃຫ້ແກ່ພະນັກງານພາກລັດ ຈາກ ພະແນກກະສິກຳແຂວງ ແລະ ຫ້ອງການກະສິກຳເມືອງ ຂອງພື້ນທີ່ເປົ້າ ໝາຍໂຄງການ. ໂດຍການເປັນຄູຝຶກ ຂອງສູນຝຶກທັກສະ ໄດ້ຈັດການຝຶກອົບຮົມຂື້ນ 2 ຄັ້ງ ຄື ຄັ້ງທຳອິດ ແມ່ນ ໃນວັນທີ 20 ມັງກອນ 2023 ທີ່ນະຄອນຫຼວງວຽງ ຈັນ ແລະ ຄັ້ງທີ 2 ແມ່ນ ຈັດຂື້ນໃນວັນທີ 25 ມັງກອນ 2023 ທີ່ ນະຄອນປາກເຊ, ແຂວງຈຳປາສັກ. ການຝຶກອົບຮົມທັງ 2 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 46 ທ່ານ ເປັນຍິງ 14 ທ່ານ ຈາກຕາງໜ້າພະແນກກະສິກຳແຂວງ ຂອງ 5 ແຂວງ ແລະ ຫ້ອງການກະສິກຳເມືອງ ຂອງ…

  • ພິທີມອບລາງວັນການປະກວດກາເຟໝາກຊ້ອມລາວ ຄັ້ງທີ 3 ປະຈຳປີ 2023.

    ພິທີມອບລາງວັນການປະກວດກາເຟໝາກຊ້ອມລາວ ຄັ້ງທີ 3 ປະຈຳປີ 2023.

    ໃນຕອນເຊົ້າວັນທີ 25 ມີນາ 2023 ທີ່ໂຮງແຮມປາກເຊ ນະຄອນປາກເຊ ແຂວງຈຳປາສັກ ສະມາຄົມກາເຟລາວ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດພິທີມອບລາງວັນການປະກວດກາເຟໝາກຊ້ອມລາວ ຄັ້ງທີ 3 ປະຈຳປີ 2023 ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ,ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສ ປປ ລາວ (-H.E. Dr. Peter Haymond,) ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະ ມາຄົມກາເຟລາວພ້ອມຄະນະ,ທ່ານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳລາວ,ມີກົມ ປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ,ມີຫົວໜ້າ ແລະຄະນະພະ ແນກການກ່ຽວຂ້ອງຂອງແຂວງ ບໍລິສັດ, ສະຫະກອນ,ຜູ້ປະກອບການການຜະລິດ – ປຸງແຕ່ງຈາກທົ່ວປະເທດ ແລະ…

  • ຜັກກະລໍ່າປີລາວ ກໍາລັງໄດ້ຮັບຄວາມນິຍົມ

    ຜັກກະລໍ່າປີລາວ ກໍາລັງໄດ້ຮັບຄວາມນິຍົມ

    ຜັກກະລໍ່າປີລາວ ກໍາລັງໄດ້ຮັບຄວາມນິຍົມ ປະຈຸບັນມີການຊື້ຂາຍ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 50,000 ໂຕນ ໂດຍສ່ວນໃຫຍ່ແມ່ນການສັ່ງຊື້ ຈາກປະເທດໄທ. ເພີ່ມຕື່ມຈາກນີ້ ປະເທດກຳປູເຈຍອາດກາຍເປັນໂອກາດດີຕໍ່ໄປ ໃນການຈໍາຫນ່າຍ ແລະ ສົ່ງອອກກະລໍ່າຈາກລາວ ເພາະ ມີຄວາມຕ້ອງການສູງ ແລະ 95% ຂອງກະລໍ່າປີ ທີ່ກຳປູເຈຍແມ່ນນຳເຂົ້າຈາກບັນດາປະເທດໃກ້ຄຽງເປັນຫຼັກ. ສິ່ງທ້າທາຍ ກະລໍ່າປີ ທີ່ປູກຢູ່ລາວ ຕ້ອງໄດ້ຮັບການຢັ້ງຢືນ ກະສິກໍາທີ່ດີ ຫຼື Good Agricultural Practice (GAP) ກ່ອນຈະສາມາດສົ່ງອອກໄປຕ່າງປະເທດໄດ້. ເພື່ອສະໜັບສະໜູນການຄ້າ ແລະ ການສົ່ງອອກ ແລະ ຈາກຄວາມຕ້ອງການສູງຂອງກະລໍ່າປີໃນກຳປູເຈຍ, ຊາວກະສິກອນລາວ,​ ທຸລະກິດກະສິກຳ ແລະ ກົມປູກຝັງໄດ້ໄປຢ້ຽມຊົມການຄ້າເປັນເວລາ 4 ມື້ ທີ່ປະເທດກຳປູເຈຍ ເຊິ່ງນຳພາ ແລະ ອຳນວຍຄວາມສະດວກໂດຍ ໂຄງການຄລີນ (CLEAN) ຕັ້ງແຕ່ວັນທີ 25-29 ກໍລະກົດ,​ ຊາວກະສິກອນລາວ ແລະ…

  • ງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020

    ງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020

    ເປີດງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020 ຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ພຶດສະພາ 2020​ ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ,​ ບ້ານໜອງໄຮ,​ ເມືອງຫາດຊາຍຟອງ ເຊິ່ງງານຈະເປີດເປັນເວລາ 8 ວັນ ເລີ່ມເວລາ 8 ໂມງເຊົ້າ ຫາ 8 ໂມງແລງ ນັບແຕ່ວັນທີ 27 ພຶດສະພາ ຫາ 4 ມິຖຸນາ 2020​ ນີ້ ! ມີສິນຄ້າຫຼາຍພາກສ່ວນຈາກທາງພາກລັດ, ຜູ້ປະກອບການ, ກຸ່ມການຜະລິດ ເຊິ່ງມີທັງຜົນຜະລິດຈາກກຸ່ມກະສິກໍາອິນຊີ, ກຸ່ມການຜະລິດກະສິກໍາທີ່ດີ (GAP), ສິນຄ້າໂອດອບຫລາຍລາຍການ, ກຸ່ມປຸງແຕ່ງຜະລິດຕະພັນກະສິກໍາ ແລະ ຜູ້ປະກອບການຜະລິດ ແລະ ຈໍາໜ່າຍເບ້ຍໄມ້ ເຂົ້າຮ່ວມ ຈຳນວນ 118 ຮ້ານ ເຊີນໄປແວະທ່ຽວຊົມ ແລະ ຊື້ສິນຄ້າໄດ້.

Got any book recommendations?